ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ການເຂົ້າຢ້ຽມຂ່ຳນັບຂອງຂະນະ​ຜູ້​ແທນກອງທັບ ສ ຣັດ​ເຊຍ


     ວັນທີ 29 ພະຈິກ 2023 ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ
ເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ
ຂອງ ສະຫາຍ ພັນເອກ ອີວານ ຕາຣາເຢຍ ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບ ສ ຣັດເຊຍ ໃນໂອກາດທີ່ຄະນະຜູ້
ແທນດັ່ງກ່າວໄດ້ເດີນທາງມາເຮັດ ວຽກຢູ່ ສ ປປ ລາວ ເພື່ອຕິດຕາມການເຝິກອົບຮົມໄລຍະສັ້ນໃຫ້ກຳລັງຕີພິເສດເຄື່ອນທີ່ໄວ.

     ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອັນອົບອຸ່ນ ແລະ ເຕັມໄປ ດ້ວຍນ້ຳໃຈໄມຕີຈິດມິດຕະພາບ
ພ້ອມທັງຕີລາຄາສູງຕໍ່ ສະຫາຍ ພັນເອກ ອີວານ ຕາຣາເຢຍ ພ້ອມດ້ວຍ ຄະນະ ທີ່ໄດ້ມາເຮັດວຽກໃນຄັ້ງນີ້ ເປັນການເສີມສ້າງສາຍພົວພັນ
ມິດຕະພາບ ທີ່ເປັນມູນເຊື້ອອັນດີງາມຂອງສອງຊາດ ລາວ-ຣັດເຊຍ ກໍຄືສາຍພົວພັນທີ່ສະໜິດແໜ້ນລະຫວ່າງສອງ ກອງທັບ ລາວ-ຣັດ
ເຊຍ, ຣັດເຊຍ-ລາວ ນັບມື້ ເຕີບໃຫຍ່ ແລະ ແຕກດອກອອກຜົນ ເຊິ່ງຍາມໃດກອງທັບ ສ ຣັດເຊຍ ກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ໃຫ້ການ
ສະໜັບສະໜູນ ກອງທັບປະຊາຊົນລາວໃນຫຼາຍດ້ານ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມ ສ້າງສາຍພົວພັນມິດຕະພາບ
ຫວ່າງສອງປະເທດ ລາວ-ຣັດເຊຍ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ກ້າວເຂົ້າສູ່ ລວງເລິກຍິ່ງໆຂຶ້ນ.

     ໂອກາດນີ້, ສະຫາຍ ພັນເອກ ອີວານ ຕາຣາເຢຍ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ໃຫ້
ການຕ້ອນຮັບອັນອົບອຸ່ນພ້ອມທັງທົບທວນຄືນເຖິງສາຍພົວພັນມິດຕະພາບ, ການຮ່ວມມືທີ່ດີລະຫວ່າງສອງປະເທດ ຣັດເຊຍ-ລາວ ໃນໄລ
ຍະຜ່ານມາ ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາ ໃຫ້ປະຊາຊົນສອງປະເທດເປັນຕົ້ນແມ່ນການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນໃນດ້ານຕ່າງໆ
ໃນແຕ່ລະໄລຍະທັງ ໝົດລ້ວນແຕ່ແມ່ນການປະກອນສ່ວນອັນສຳຄັນເຮັດໃຫ້ການພົວພັນ, ການຮ່ວມມືຂອງສອງປະເທດໃຫ້ມີ ຄວາມ
ແໜ້ນແຟ້ນຂຶ້ນເປັນກ້າວໆ ແລະ ລາຍງານຜົນຂອງການເຝິກອົບຮົມໄລຍະສັ້ນໃຫ້ກຳລັງຕີພິເສດເຄື່ອນ ທີ່ໄວໃຫ້ ສະຫາຍ ພົນເອກ ຈັນສະ
ໝອນ ຈັນຍາລາດ ໄດ້ຮັບຊາບຕື່ມອີກ.

ແຫຼ່ງຂ່າວໂດຍ ສົມຄິດ
ວັນທີ 01/12/2023